ເພງ “ເປັນຫຍັງ”

ເນື້ອຮ້ອງ & ທຳນອງ : ເຈົ້າຄຳຜາຍ ກຸນຣະວຸທ໌ (~1980)
ນັກຮ້ອງຕົ້ນສະບັບ : ຜູຍບັນດິດ ອິນດາວັນ

ວິດີໂອດົນຕຣີບັນເລງເພງ “ເປັນຫຍັງ”
1) ເປັນຫຍັງ ນົກກາ ຈຶ່ງຮ້ອງເຊີຍຊື່ນ
ເປັນຫຍັງເມື່ອຄືນດາວຈຶ່ງສ່ອງແສງ
ເປັນຫຍັງຈິດຄົນຈຶ່ງມັກ (ໝາງ) ປ່ຽນແປງ
ມາໜ່າຍແໜງລືມຮັກລືມສັນຍາ
 
2) ເປັນຫຍັງ ທະເລ ຈຶ່ງມີຄື້ນລົມ
ເປັນຫຍັງຟ້າຕຣົມຈຶ່ງຫຼັ່ງເປັນ (ລິນ) ຝົນ
ເປັນຫຍັງຕົວເຮົາຈຶ່ງເສົ້າ (ເຝົ້າ) ໝອງໝົ່ນ
ຄອຍທຸກທົນເຈັບຊໍ້າໃນຊວງ
 
• ອາດເປັນເພາະໂລກ ຄອຍປ່ຽນວຽນໝຸນເລື້ອຍໄປ
ຢາກຮູ້ໃຈຍິງຈະໝຸນຈັກຄັ້ງຕໍ່ວັນ
(ຈຶ່ງທຳໃຫ້ໃຈຂອງຄົນປ່ຽນໝຸນທຸກວັນ)
ເປັນຫຍັງຮັກຜູກພັນເຮົານັ້ນມາສລາຍ…

ໂນຕເພງ "ເປັນຫຍັງ"
ດົນຕຣີບັນເລງເພງ “ເປັນຫຍັງ” ຮ້ອງໂດຍ ສຸບັນຄຳ ເນື້ອຮ້ອງ & ທຳນອງ : ເຈົ້າຄຳຜາຍ ກຸນຣະວຸທ໌ (~1980) ນັກຮ້ອງຕົ້ນສະບັບ : ຜູຍບັນດິດ ອິນດາວັນ
ວິດີໂອໂນຕບັນເລງເພງ “ເປັນຫຍັງ”
ວິດີໂອເພງ “ເປັນຫຍັງ” ຮ້ອງໂດຍ ສຸບັນຄຳ