ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ
- ວັນນຶ່ງຕົວຂ້າ ອາດໝົດຄວາມໝາຍ
ອາດຈະຊໍ້າໃນ ເມື່ອຄົນຮັກກາຍເປັນອື່ນ
ຂ້າຄົງຈະທຸກໂສກສັນ ຂ້າຄົງຈະຊໍ້າສຸດຝືນ
ຕອມຕຣົມຂົມຂື່ນ ອຸຣາ… - ວັນນຶ່ງຄວາມຮັກ ຂ້າອາດສລາຍ
ຂ້າຄົງຊໍ້າໃຈ ເມື່ອຄົນຮັກໄປຈາກຂ້າ
ໄດ້ແຕ່ນັ່ງຄິດບໍ່ຫາຍ ໄດ້ແຕ່ນອນຄິດເລື້ອຍມາ
ເສົ້າໂສກໂສກາ ຈາບັນ… - ໄດ້ແຕ່ຄວນຄິດ ຢ້ານນາງໜີໄປມີໃໝ່
ຢ້ານແຕ່ດວງໃຈ ຂອງນາງຈະປ່ຽນແປຜັນ
ຂ້າຈຶ່ງພໍ່າເພີ້ຣຳພັນ ຢ້ານແຕ່ເຈັບຊໍ້າດວງມານ
ຢ້ານແຕ່ເຈັບຊໍ້າ ໃນຊວງ… - ວັນນຶ່ງຄົນຮັກ ອາດຈາກຂ້າໄປ
ບໍ່ທັນເທົ່າໃດ ກໍເຫັນເຂົາມີຄູ່ຄວງ
ຂ້າເຈັບປວດຣ້າວໃຈໜັກ ຂ້າສຸດຊອກຊໍ້າໃນຊວງ
ເໝືອນຊີວິດລ່ວງ ດັບສູນ…