ສາຣະບານເພງລາວ ຊຸດທີ່ 09 (ເລີ່ມຕົ້ນເຜີຍແຜ່ ວັນທີ່ 29 ເມສາ 2022) 401 - ມະຍຸຣີ 402 - ເໝືອນຄືນແຮມ 403 - ເພື່ອນ້ອງເມື່ອຊໍ້າ 404 - ເພລາຣາຕຣີ 405 - ພິສຮັກ 406 - ຄອຍວັນອິສຣະພາບ 407 - ກ່ອນສິ້ນສັມພັນ 408 - ຮັກກັນເຖີດໜໍທີ່ຮັກ 409 - ຢ້ານ 410 - ບ້ານເຮົາ 411 - ກ່ອນຈະຮັກກັນ 412 - ຜິດຫວັງ 413 - ງາມເຫຼືອເກີນ 414 - ດອກບົວທອງ 415 - ໝົດທາງຮັກ 416 - ອິງອາຍຮັກ 417 - ຈາກຖິ່ນ 418 - ຢ່າອວດ 419 - ສາມໝື່ນເມືອງເຟືອງ 420 - ຄົນງາມໃຈແຫຼ້ 421 - ສາຍນໍ້າສາຍໃຈ 422 - ສາຍນໍ້າສາຍສະອື້ນ 423 - ຕິອ້າຍບ່ອນໃດ 424 - ຄັກເຈົ້າລະບໍ່ 425 - ສັຕຣີສມັຍ 426 - ລືມເສັຽເຖີດ (ຊາຍ) 427 - ດອນຈັນແມ່ຂອງ 428 - ເໝືອນຄົນໄຮ້ຄ່າ 429 - ຄັ້ງນຶ່ງໃນອະດີດ 430 - ເມື່ອເຮົາສອງຫວັງຄອງຮັກກັນ 431 - ດ້ວຍຮັກສມັກໃຈ 432 - ລຳບາກໃຈ 433 - ລືມຊ໋ະ 434 - ຈັນສຸຣີ 435 - ອະນຸພາບຮັກ 436 - ຖ້າມີທີ່ຮັກ 437 - ໜ້າທີ່ພາຈາກ 438 - ດອກຟ້າຂອນແກ່ນ 439 - ອອກພັນສາພາເພີນ 440 - ນໍ້າໃຈລາວ 441 - ເມົາ 442 - ນໍ້າຖ້ວມຖິ່ນເພັຽ 443 - ທ້ອງກ່ອນແຕ່ງ 444 - ກັບຖິ່ນໄທດຳ 445 - ສາວງາມເມືອງສວັນ 446 - ສາວອຸເທນ 447 - ຢາກຮັກສາວເມືອງຫຼວງ 448 - ຄົນໃຈດຳ 449 - ຍັງຮັກຍັງຫ່ວງ 450 - ຫວງເພາະຮັກ
ເພງ “ຫວງເພາະຮັກ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ພອນເທພ ເທພພິທັກສ໌
1) ຂໍຍອມຮັບວ່າ ອ້າຍອົດໃຈ ໄວ້ອີກບໍ່ໄຫວ
ທັ້ງທີ່ນ້ອງລອງໃຈ ແກ້ງໄປ ຄວງຄົນອື່ນມາ
ໄປເວົ້າຄົນນັ້ນ ກະຊິບຄົນນີ້ ມັນກວນສາຍຕາ
ອ້າຍຢາກຈະຂ້າ ຢາກຂ້າຢາກຂ້າ ຜູ່ມາຂວາງທາງ
2) ເຫັນຄູ່ຮັກອື່ນ ຊື່ນຊູໃຈ ຍິ່ງພາໃຫ້ເຫງົາ
ທີຄວາມຮັກຂອງເຮົາ ຕື້ນຕັນ ຄອຍວັນຈືດຈາງ
ຮູ້ໄວ້ຮູ້ໄວ້ ນ້ອງເຮັດແບບນັ້ນ ໃຈອ້າຍແຄ້ນຄາ
ມັນອາດຈະພາດ ມັນອາດຈະພັ້ງ ເມື່ອນາງຫຼົມໃຈ
• ທັ້ງໆ ທີ່ຮູ້ ວ່າລອງໃຈກັນ
ແຕ່ເຮັດຈັ່ງຊັ້ນ ອ້າຍທົນ ນ້ອຍໃຈບໍ່ໄດ້
ຂືນປ່ອຍ ໃຫ້ຄອງ ອີກຕໍ່ໄປ
ອ້າຍຄົງ ຊໍ້າຕາຍ ດ້ວຍຄວາມຫວງ
3) ນ້ອງກໍຮູ້ວ່າ ອ້າຍຮັກນາງ ຮັກຍິ່ງສິ່ງໃດ
ຮັກນາງເໜືອດວງໃຈ ບໍ່ເຄີຍ ຄິດວ່າຈະລວງ
ເຫດນີ້ຈຶ່ງຫ່ວງ ດ້ວຍຮັກຈຶ່ງຫວງ ຈຶ່ງຫວງຈຶ່ງຫ່ວງ
ບໍ່ໃຫ້ໃຜລ່ວງ ບໍ່ໃຫ້ໃຜລວງ ກີດຂວາງດວງໃຈ…
ເພງ “ຄົນໃຈດຳ”
ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌
1) ຄົນໃຈດຳ ແກ້ງທຳໃຫ້ຫຼົງ
ແລ້ວກໍບໍ່ຊື່ຕຣົງ ໝັ້ນຄົງເໝືອນດັ່ງຄຳໝັ້ນ
ສວາດທີ່ຫວັງ ຈະຮ້າງໄປຫົວໃຈໄຫວຫວັ່ນ
ອ້າຍຕ້ອງຈາບັນ ໂສກສັນກໍ້າກືນນໍ້າຕາ
2) ມີຄົນຄອຍ ແກ້ງຢູ່ຂ້າງຫຼັງ
ຫຼືນ້ອງຈຶ່ງຄິດຊັງ ອ້າຍດັ່ງເໝືອນຄົນໄຮ້ຄ່າ
ຈະເຮັດຈັ່ງໃດ ງອນງໍ້ໄປແລ້ວຍັງໜີໜ້າ
ບໍ່ຫວນຄືນມາ ຍິ່ງພາໃຈອ້າຍຣະທົມ
• ນ້ອງໄປ ເຊື່ອຄົນຍຸຄົນແຍ່
ສອງເຮົາມີແຕ່ ອົກຕ້ອງຣ້າວຣະບົມ
ມີຢູ່ໃສລະ ແຟນຄົນໃໝ່ທີ່ໝາຍມາຊົມ
ນ້ອງຄົນດຽວ ອ້າຍຍັງຊໍ້າຕຣົມ
ຫຼາຍຄົນ ຄົງອົກແຕກຕາຍ
3) ຈົ່ງຄືນມາ ຜູກຮັກອີກຫົນ
ຮັກໃຫ້ຊື່ນກະມົນ ສອງຄົນບໍ່ມີວັນໜ່າຍ
ຈະຊ່ວຍຖນອມ ຄວາມຮັກເຮົາດ້ວຍກັນສອງຝ່າຍ
ຮັກຫຼືຈະຄາຍ ຫາກໃຈເຮົາຊື່ຕໍ່ກັນ…
ເພງ “ຍັງຮັກຍັງຫ່ວງ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌
1) ກ່ອນນັ້ນເຮົາສອງ ຮັກກັນຝັງຈິດ
ບໍ່ເຄີຍຄິດ ວ່າຮັກຈະຫ່າງກັນໄກ
ແຕ່ນ້ອງມາ ໜີໜ້າຈາກໄປ
ປ່ອຍອ້າຍໄວ້ ໃຫ້ຢູ່ກັບຄວາມຊໍ້າໃຈ
2) ບັດນີ້ເຮົາສອງ ແຍກທາງກັນຢູ່
ຢາກຈະຮູ້ ວ່ານາງຮັກຢູ່ກັບໃຜ
ຊາຍນັ້ນມີ ຮັກຈິງຫຼືໃດ
ສຸກສົມໃຈ ຫຼືນາງນໍ້າຕາຫຼັ່ງນອງ
• ຂ້າຍອມຮັບຄວາມ ເຈັບຊໍ້າ
ທຸກສິ່ງທີ່ທຳໃຫ້ໄວ້ ຂ້ານີ້ອະພັຍໃຫ້ນ້ອງ
ຍັງຮັກຍັງຫ່ວງ ບໍ່ລວງຮັບຮອງ
ນຶ່ງບໍ່ມີສອງ ບໍ່ຈືດຈາງ
3) ຫາກນາງຖືກລວງ ຣະທົມຂົມຂື່ນ
ຫາກສະອຶ້ນ ຍ້ອນຮັກເຂົາປ່ຽນເປັນຊັງ
ຈົ່ງຫວນຄືນ ຮັກຄົນທີ່ຫວັງ
ຢູ່ທາງຫຼັງ ອ້າຍຍັງຮັກນາງດັ່ງເຄີຍ…
ເພງ “ຢາກຮັກສາວເມືອງຫຼວງ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ
1) ເມືອງຫຼວງພຣະບາງ ຊ່າງງາມວິໄລແທ້ເອີຍ
ຂ້ານີ້ກໍເຄີຍ ໄດ້ໄປທ່ຽວຊົມຄັ້ງນຶ່ງ
ພູສີສູງສຸດທຽມຟ້າ ເຫັນແລ້ວຍິ່ງພາຕົກຕະລຶງ
ໂອ້ດາວະດຶງ ຫຼືແດນສວັນກັນແທ້
2) ໜຸ່ມສາວກໍງາມ ອາຣ່າມດັ່ງດວງມາລີ
ບານຈໍ່ຈຸມຈີ ຂ້ານີ້ຕ້ອງຫຼົງຫຼຽວແລ
ຢາກຮັກຢາກຢູ່ຄຽງສອງ ຈະຂໍປະຄອງບໍ່ປຽນແປ
ຈະຮັກນ້ອງແທ້ ດ້ວຍໃຈຊື່ຕຣົງຕລອດການ
• ນວນນ້ອງນາງ ງາມຍິ່ງ
ຂ້າຢາກຮັກເຈົ້າຈິງ ແອບອິງຮ່ວມຫໍສຳຣານ
ນໍ້າຂອງ ຍັງໄຫຼຮ່ວມແມ່ຄານ
ຂໍນ້ອງຈົ່ງສົງສານ ຜູກພັນຄວາມຮັກຂ້າໄວ້ ຮື…
3) ຈາກຫຼວງພຣະບາງ ຈາກນາງທີ່ແສນໂສພາ
ຈາກພຽງກາຍາ ຈິດຍັງຝັນຫາຂວັນໃຈ
ນ້ອງສາວເຈົ້າຈົ່ງເອັນດູ ຈະຂໍເປັນຄູ່ຢູ່ຄຽງໃກ້
ເຖິງຈາກນ້ອງໄປ ບໍ່ນານເທົ່າໃດຈະກັບມາ…
ເພງ “ສາວອຸເທນ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1967)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ
1) ສາວ… ອຸເທນ
ຊ່າງສວຍງາມເດັ່ນ ຕິດໃຈໜັກ
ພຽງແຕ່ ປະຈັກ
ຢາກຝາກຮັກ ຝາກດວງໃຈ
2) ຫຼົງ… ໃຝ່ຝັນ
ທຸກວັນບໍ່ອາດ ຈະລືມໄດ້
ຮັກຂ້າ ໝົດໃຈ
ຂໍມອບໄວ້ ແຕ່ພຽງນາງ
• ດວງໃຈຂ້ານີ້ ມີດວງໜຶ່ງ
ຮັກແທ້ສຸດຊຶ້ງ ບໍ່ຈືດຈາງ
ຫາກນ້ອງປຣານີ ບໍ່ຂໍໜີຫ່າງ
ຈະຂໍຮັກນາງ ຊົ່ວຊີວັນ
4) ສາຍ… ນໍ້າຂອງ
ໄຫຼນອງຂວາງເສັ້ນ ທາງເຮົານັ້ນ
ຂ້າຈະ ບຸກບັ່ນ
ດັ້ນຂ້າມມາ ຖິ່ນອຸເທນ…
ເພງ “ສາວງາມເມືອງສວັນ”
ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ
1) ໂອ້ສາວງາມ ແຫ່ງເມືອງສວັນ
ເທບເທວາໃດປັ້ນ ວິໄລລາວັນໜັກໜາ
ເດືອນເພັງລອຍເດັ່ນ ຢູ່ບົນນະພາ
ຍັງບໍ່ທຽມແກ້ວຕາ ດາຣາແຫ່ງເມືອງສວັນ
2) ອ້າຍພົບພານ ຍັງຝັນໃຝ່ປອງ
ເຝົ້າລະເມີເຖິງນ້ອງ ຫວັງປອງຮັກຮຽງຮ່ວມກັນ
ກະຕ່າຍໝາຍຢູ່ ຄູ່ຄຽງພຣະຈັນ
ກໍປຽບເໝືອນອ້າຍນັ້ນ ຫຼົງໃຝ່ຝັນຮັກນາງຜູ່ດຽວ
• ຊີວິດນີ້ອ້າຍເຝົ້າ ຫຼົງຮັກແຕ່ເຈົ້າ
ຮັກສາວສວັນ ໝັ້ນໜຽວ
ອ້າຍຍັງຂາດຄູ່ ຢູ່ຄຽງກາຍຍັງແສນປ່ຽວ
ນ້ອງສາວເຈົ້າບໍ່ແລຫຼຽວ ຢູ່ໂດດດ່ຽວອ້າຍໜາວອຸຣາ
3) ໂອ້ສາວງາມ ແຫ່ງເມືອງສວັນ
ອ້າຍຂໍຮັກນ້ອງໝັ້ນ ເໝືອນຈັນຄູ່ຄຽງກັບຟ້າ
ນ້ອງເອີຍນ້ອງຈົ່ງ ສົ່ງຮອຍຍິ້ມມາ
ແມ່ນນ້ອງຄິດເມດຕາ ອ້າຍຈະພາເຖົ້າແກ່ມາຂໍ…
ເພງ “ກັບຖິ່ນໄທດຳ”
ເນື້ອຮ້ອງ & ທຳນອງ : ໄພບູນ ບຸຕຂັນ (ไพบูลย์ บุตรขัน)
ນັກຮ້ອງຕົ້ນສະບັບ : ກ. ວິເສດ (1970)
1) ກັບຄືນຫັນ ສູ່ບ້ານໄຕດຳ ຂອງເຮົາດີກວ່າ
ກັບຄືນມາ ເຫັນໜ້າພີ່ນ້ອງ ຂອງເຮົາຊາວດິນ
ເຂົ້າໜຶ່ງຄຳ ນໍ້າໜຶ່ງຂັນ ເຮົາປັນກັນກິນ
ນໍ້າໃຈບໍ່ສິ້ນ ຈາກໝູ່ເຮົາ ເຜົ່າໄຕດຳ
2) ຢູ່ຖິ່ນໃດ ບໍ່ໄດ້ສຳຣານ ເໝືອນຖິ່ນບ້ານເກົ່າ
ຫ່າງບ້ານເຮົາ ຫິວເຂົ້າທຸກມື້ ຕ້ອງຊື້ປະຈຳ
ກັບບ້ານເຮົາ ເຂົ້າມີກິນ ທົ່ວຖິ່ນໄຕດຳ
ຄິດວັນຍັງຄໍ່າ ສາວເຜົ່າໄຕດຳ ນ້ອງເຈົ້າຈາກຈອນ
• ຫອມດອກມະລິ ຮ້ອຍເປັນມາໄລ ໃນກະຈາດ
ບໍ່ລືມແກ້ວຕາ ແມ່ນຸດຊະນາ ແມ່ດວງສມອນ
ເຈົ້າເຄີຍໃຫ້ ມາໄລມະລິ ວາງແນບຄຽງໝອນ
ບັດນີ້ເຈົ້າຈອນ ຈາກໄປ ບໍ່ຫວນກັບມາ
3) ກັບຄືນຫັນ ສູ່ບ້ານໄຕດຳ ຂອງເຮົາມື້ນີ້
ດອກຈຳປີ ຜູ່ສາວເຄີຍໃຫ້ ບໍ່ໄດ້ໂຣຍຣາ
ຜ້າຫົ່ມນອນ ໝອນເຄີຍໜຸນ ອົບອຸ່ນໜັກໜາ
ຍັງມີຄຸນຄ່າ ອ້າຍຈຶ່ງກັບມາ ຕາຍຖິ່ນໄຕດຳ…
ເພງ “ທ້ອງກ່ອນແຕ່ງ”
ເນື້ອຮ້ອງ & ທຳນອງ : ສາຍເງິນ (~1970)
ນັກຮ້ອງຕົ້ນສະບັບ : ສາຍເງິນ
1) ຂ້ອຍແຕ່ງງານ ມາໄດ້ພຽງໜຶ່ງວັນ
ເມື່ອນອນນຳກັນ ຄົງຈະສຸກສັນເໜືອທຸກສິ່ງ
ແຕ່ຂ້ອຍຕົກໃຈ ເມື່ອນາງເຂົ້າມາແອບອິງ (ຊໍ້າ)
ທ້ອງນາງມັນເໜັງຕີງ ເໝືອນມີສິ່ງມາບິດເບືອນ
2) ນາງຄົງອາຍ ເອົາກັນໃໝ່ຢ້ານເຈັບທ້ອງ
ຈຶ່ງພານວນນ້ອງ ໄປໂຮງໝໍບໍ່ແຊເຊືອນ
ໝໍກ່າວເວົ້າ ວ່າເມັຽເຈົ້າມີລູກສາມເດືອນ (ຊໍ້າ)
ພໍໝໍຕັກເຕືອນ ຫົວໃຈຂ້ອຍເຄື່ອນທັນທີ
• ໂອ້ຍ… ຊວຍເຕັມທົນ
ແຕ່ງງານທັງຫົນ ຊ່າງມີລູກກ່ອນຢ່າງນີ້
ເພື່ອນຊາຍຄົນໃດ ຫົວໃຈມາຊ່າງອັບປີ
ກຳໄລເອົາໜີ ສ່ວນໜີ້ຈົ່ງໄວ້ໃຫ້ກັນ
4) ຂ້ອຍອຸກໃຈ ຊ່ວຍແກ້ໄຂກໍຈົນປັນຍາ
ຈະຮ້າງຈະປະ ກໍຢ້ານພໍ່ເຖົ້າຈະເຫຼັ້ນງານ
ຂ້ອຍຈຶ່ງມາຮ້ອງ ສຽງເພງທົ່ວຈັກກະວານ (ຊໍ້າ)
ຖ້າຫາກວ່າກາຍສອງວັນ ຂ້ອຍຄົງຈະກັ້ນໃຈຕາຍ…
ເພງ “ນໍ້າຖ້ວມຖິ່ນເພັຽ”
ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (<1975)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ
1) ນໍ້າຂຶ້ນລົ້ນຝັ່ງ ໄຫຼຖ້ວມທາງບ້ານຫ້ອມຖິ່ນເພັຽ
ພີ່ນ້ອງຕ້ອງຖືກສູນເສັຽ ນໍ້າຖ້ວມຖິ່ນເພັຽເສັຽຜົລປູກ
ຈູງເອົາງົວຄວາຍ ຂົນຂວາຍມ້າງເພຮ້ານຫູກ
ອູ້ມເອົາຫຼານອູ້ມເອົາລູກ ເມື່ອຄາວຖືກນໍ້າຖ້ວມບໍ່ລົງ
2) ນໍ້າຂອງໄຫຼຫຼັ່ງ ໄຫຼຜ່ານທາງຜ່ານເຂົ້າໃນນາ
ພີ່ນ້ອງຈົນຫຼັ່ງນໍ້າຕາ ຫຼຽວລົງທົ່ງນານໍ້າຖ້ວມລົ້ນທົ່ງ
ທ່າແຂກຊາຍຟອງ ສີຖານໃຕ້ນໍ້າຖ້ວມຈົນຫົ້ງ
ພິກເຂືອຕາຍກ້ຽງບໍ່ຈົ່ງ ນໍ້າບໍ່ຍອມລົງໂອ້ຊ່າງທຳກັມ
• ລົງເຮືອລົງແພ ແກ່ຂອງປະເຮືອນໄກຫ່າງ
ຂ້າມທົ່ງແກ້ງປ່າຢາງ ຫຼືທາງບ້ານສາລາຄຳ
ເທວັນເຈົ້າເອີຍ ບໍ່ເລີຍຈະໜ້າໃຈດຳ
ປ່ອຍໃຫ້ຝົນຕົກລົງນໍ່າໆ ປ່ອຍໃຫ້ນໍ້າຖ້ວມເມືອງຫາດຊາຍຟອງ
3) ນໍ້າຂຶ້ນລົ້ນຝັ່ງ ແມ່ນແຕ່ທາງທຽວນັ້ນບໍ່ມີ
ກ້ວຍອ້ອຍຕ້ອງຖືກພັດໜີ ແສນເຕັມທີແທ້ໜໍພີ່ນ້ອງ
ຂໍວອນເທວາ ນາຄານັ້ນຊ່ວຍປົກປ້ອງ
ປີໜ້າຢ່າໃຫ້ນໍ້ານອງ ຢ່າໃຫ້ນໍ້າຂອງຂຶ້ນຖ້ວມຖິ່ນເພັຽ…